Vietnam Tourism

buon ma thuot coffee festival

ງານບຸນກາເຟ Buon Ma Thuot ຄັ້ງທີ 7 ກຳນົດຈັດຂຶ້ນໃນເດືອນມີນາ 2019

Jan 25, 2019 | Press Release

BUON MA THUOT, ຫວຽດນາມ (25 ມັງກອນ 2019) -- ຂໍເຊີນນັກທ່ອງທ່ຽວມາຄົ້ນພົບ ລົດຊາດ ແລະ ເລື່ອງລາວ ຂອງກາເຟຫວຽດນາມ ໃນງານບຸນກາເຟ Buon Ma Thuot ຄັ້ງທີ 7 ປີ 2019 ທີ່ແຂວງ Dak Lak. ເມືອງ Buon Ma Thuot ໃນເຂດພູພຽງພາກກາງ ຈະເປັນເຈົ້າພາບຈັດງານບຸນດັ່ງກ່າວ ແຕ່ວັນທີ 9 ຫາ 16 ມີນາ ດ້ວຍຫົວຂໍ້ “ຄວາມເປັນເລີດຂອງປ່າດົງ.”

ງານບຸນດັ່ງກ່າວມີຈຸດປະສົງເພື່ອສົ່ງເສີມກາເຟຕົ້ນກຳເນີດ Buon Ma Thuot ແລະ ຢືນຢັນຖານະຂອງຫວຽດນາມໃນອຸດສາຫະກຳກາເຟສາກົນ. ມັນຍັງເປັນໂອກາດທີ່ຈະໃຫ້ກຽດແກ່ຊາວກະສິກອນປູກກາເຟ, ຜູ້ປຸງແຕ່ງ ແລະ ພໍ່ຄ້າ ໃນຂະນະທີ່ສົ່ງເສີມໃຫ້ຊຸມຊົນມາຮ່ວມກັນ.

ງານບຸນກາເຟ ປີນີ້ ຈະຈັດຂຶ້ນໃນວັນຄົບຮອບໄຊຊະນະ Buon Ma Thuot ປີ 1975, ເຊິ່ງເປັນຊ່ວງເວລາສຳຄັນໃນການປົດປ່ອຍພາກໃຕ້ຂອງຫວຽດນາມ. ແຂວງດັ່ງກ່າວຍັງມີສາຍພົວພັນມໍລະດົກທີ່ເຂັ້ມແຂງ ແລະ ເປັນບ່ອນຢູ່ອາໄສຂອງຊົນເຜົ່າສ່ວນນ້ອຍຫຼາຍກວ່າ 30 ກຸ່ມ.

ງານບຸນຈະມີການສະແດງ ແລະ ກິດຈະກຳຕ່າງໆທີ່ເປີດໃຫ້ປະຊາຊົນທົ່ວໄປເຂົ້າຮ່ວມ, ລວມທັງເກມພື້ນເມືອງຈາກບ້ານໃກ້ຄຽງ, ການແຂ່ງຂັນກາເຟພິເສດ, ການເປີດຖະໜົນປຶ້ມກາເຟ Buon Ma Thuot, ແລະ ການເປີດງານວາງສະແດງກາເຟໂລກ ແລະ ພິພິທະພັນກາເຟໂລກ (ທີ່ໃຫຍ່ທີ່ສຸດໃນໂລກ.) 

H’Hen Nie, ນາງງາມຈັກກະວານຫວຽດນາມ 2018 (ຜູ້ທີ່ຕິດອັນດັບ Top 5 ໃນ Miss Universe 2018) ຈະເຮັດໜ້າທີ່ເປັນທູດສື່ສັງຄົມອອນລາຍສຳລັບງານບຸນ, ເຊື່ອມຕໍ່ຄົນຮັກກາເຟຈາກທົ່ວໂລກກັບ Buon Ma Thuot.

ສຳລັບຂໍ້ມູນເພີ່ມເຕີມ, ເຂົ້າເບິ່ງ ເວັບໄຊທ໌ທາງການ ຂອງງານບຸນກາເຟ Buon Ma Thuot ແລະ ໜ້າ Facebook ຂອງງານບຸນ.

 

###


 
ສຳລັບຂໍ້ມູນເພີ່ມເຕີມ ຕິດຕໍ່:
ອະນຸກຳມະການສື່ສານ ຂອງງານບຸນກາເຟ Buon Ma Thuot ຄັ້ງທີ 7, 2019
ສາຍດ່ວນ: 0914 179 079