
ພູກວກ, ຫວຽດນາມ (ວັນທີ 02 ເມສາ 2021) -- ວິງກຣຸບ ໄດ້ປະກາດວ່າຈະເປີດຕົວຢ່າງເປັນທາງການ Phu Quoc United Center Entertainment & Resort Complex, ເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຄົບວົງຈອນ ທີ່ມີເຄື່ອງຫຼິ້ນ, ເກມຫຼາຍພັນຢ່າງ ແລະ ສູນການຄ້າທີ່ເປີດຕະຫຼອດເວລາ, ໃນວັນທີ 21 ເມສາ 2021.
Phu Quoc United Center ຖືກອອກແບບໃຫ້ເປັນຈຸດໝາຍປາຍທາງທີ່ຄົບວົງຈອນສຳລັບນັກທ່ອງທ່ຽວ, ໂດຍມີທາງເລືອກທີ່ພັກຫຼາກຫຼາຍ, ລວມທັງ Mini Hotel, Vinpearl, VinOasis, VinHoliday, ແລະ Radisson Blu, ສວນສະໜຸກທີ່ໃຫຍ່ທີ່ສຸດຂອງຫວຽດນາມ VinWonders Phu Quoc, Vinpearl Golf, Grand World Shopping City, ໂຮງໝໍ Vinmec ແລະ ອື່ນໆ.
‘ເມືອງທີ່ບໍ່ເຄີຍນອນ’ Grand World ຕັ້ງຢູ່ໃຈກາງຂອງສູນລວມແຫ່ງໃໝ່, ແລະ ມີສະຖາປັດຕະຍະກຳທີ່ໜ້າປະທັບໃຈ ພ້ອມດ້ວຍຖະໜົນການຄ້າທີ່ທັນສະໄໝ, ງານລ້ຽງທີ່ມີສີສັນ, ສູນບັນເທີງທີ່ໜ້າຕື່ນເຕັ້ນ, ແລະ ຕະຫຼາດກາງຄືນ. ທຸກບໍລິການ ແລະ ກິດຈະກຳຢູ່ Grand World ເປີດບໍລິການ 24/7 ຕະຫຼອດ 365 ວັນຕໍ່ປີ, ສະເໜີງານສະເຫຼີມສະຫຼອງ ແລະ ງານບຸນທີ່ບໍ່ມີວັນສິ້ນສຸດສຳລັບນັກທ່ອງທ່ຽວ.
ຈຸດເດັ່ນຢູ່ Grand World Phu Quoc ປະກອບມີການສະແດງມັນຕິມີເດຍລະດັບໂລກທີ່ມີຊື່ວ່າ ‘The Quintessence of Vietnam’, ໂຄງສ້າງ Bamboo Legend ທີ່ໃຫຍ່ທີ່ສຸດຂອງຫວຽດນາມ, ພິພິທະພັນຕຸ໊ກກະຕາໝີ, ຄອງທີ່ໄດ້ຮັບແຮງບັນດານໃຈຈາກ Venice, Marine Square ຂະໜາດໃຫຍ່, ແລະ ການສະແດງສິລະປະຮ່ວມສະໄໝຢູ່ Urban Park.
ຜູ້ທີ່ຊອກຫາວັດທະນະທຳຈະເພີດເພີນກັບການຊົມງານບຸນພື້ນເມືອງຫຼາຍຢ່າງຂອງຫວຽດນາມທີ່ຖືກຈຳລອງຂຶ້ນຢູ່ Grand World, ເຊັ່ນ: ງານບຸນບູຊາປາວານ, ງານບຸນ Nguyen Trung Truc ແລະ ງານບຸນແຂ່ງເຮືອ.
ເຊື່ອມຕໍ່ກັບ ‘ເມືອງທີ່ບໍ່ເຄີຍນອນ’ ແມ່ນ VinWonders Phu Quoc, ເຊິ່ງໄດ້ເປີດຕົວຄັ້ງທຳອິດໃນເດືອນເມສາ 2020. ສວນສະໜຸກທີ່ໃຫຍ່ທີ່ສຸດຂອງອາຊີຕາເວັນອອກສຽງໃຕ້ເຊື້ອເຊີນນັກທ່ອງທ່ຽວໃຫ້ລອງເຄື່ອງຫຼິ້ນຫຼາຍກວ່າ 100 ຊະນິດ ແລະ ຊົມການສະແດງທີ່ໜ້າສົນໃຈໃນການຜະຈົນໄພຫຼາຍມື້.
ເພື່ອຕອບສະໜອງລູກຄ້າທີ່ຫຼາກຫຼາຍ, Phu Quoc United Center ໃຫ້ບໍລິການຫ້ອງພັກຫຼາຍກວ່າ 10,000 ຫ້ອງໃນບັນດາໂຮງແຮມຂອງຕົນ. ສູນລວມແຫ່ງນີ້ຍັງມີສິ່ງອຳນວຍຄວາມສະດວກ MICE ລະດັບ 5 ດາວຢູ່ Vinpearl Convention Center, ແລະ ສະໜາມກ໊ອຟ 18 ຂຸມຢູ່ Vinpearl Golf.
Vinpearl ມີເປົ້າໝາຍທີ່ຈະເຮັດໃຫ້ Phu Quoc United Center ເປັນພື້ນຖານສຳລັບເສດຖະກິດກາງຄືນຂອງຫວຽດນາມ ແລະ ນຳສະເໜີເກາະ Phu Quoc ເປັນຈຸດໝາຍປາຍທາງສາກົນແຫ່ງໃໝ່ໃຫ້ແກ່ນັກທ່ອງທ່ຽວທົ່ວໂລກ.
ສຳລັບຂໍ້ມູນເພີ່ມເຕີມ ແລະ ການຈອງ, ກະລຸນາເຂົ້າເບິ່ງ: Phu Quoc United Center