Vietnam Tourism

ຫວຽດນາມຈະຕ້ອນຮັບນັກທ່ອງທ່ຽວທີ່ໄດ້ຮັບວັກຊີນຄົບໂດສສູ່ເກາະຟູກວກ

Sep 15, 2021 | Press Release

ຮ່າໂນ້ຍ, ຫວຽດນາມ (ວັນທີ 15 ກັນຍາ 2021) -- ຫວຽດນາມ ຕັ້ງໃຈຈະເປີດຊາຍແດນຄືນໃໝ່ສຳລັບນັກທ່ອງທ່ຽວທີ່ໄດ້ຮັບວັກຊີນຄົບໂດສ ເພື່ອໄປເກາະຟູກວກ, ຮອງນາຍົກລັດຖະມົນຕີກ່າວໃນຖະແຫຼງການທີ່ອອກໃນວັນທີ 9 ກັນຍາ 2021.
 
ບັນດາບາດກ້າວເຫຼົ່ານີ້ຈະເລັ່ງໃຫ້ຫວຽດນາມກັບຄືນສູ່ການທ່ອງທ່ຽວໂລກຢ່າງລຽບງ່າຍ. ປະເທດນີ້ເປັນຈຸດໝາຍປາຍທາງທີ່ໄດ້ຮັບລາງວັນຫຼາຍຢ່າງສຳລັບການທ່ອງທ່ຽວມໍລະດົກ, ວັດທະນະທຳ, ອາຫານ ແລະ ກ໊ອຟ, ໂດຍໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 18 ລ້ານຄົນໃນປີ 2019, ເຊິ່ງເພີ່ມຂຶ້ນຫຼາຍກວ່າສອງເທົ່າເມື່ອທຽບໃສ່ປີ 2015. 
 
ເກາະຟູກວກ - ຄວາມລັບທີ່ຖືກເກັບຮັກສາໄວ້ດີທີ່ສຸດຂອງຫວຽດນາມ, ເປັນບ່ອນຕັ້ງຂອງຫາດຊາຍຊາຍຂາວທີ່ສວຍງາມທີ່ສຸດບາງແຫ່ງໃນອາຊີຕາເວັນອອກສຽງໃຕ້, ພ້ອມດ້ວຍການດຳນ້ຳຕື້ນທີ່ດີເລີດພາຍໃນ ເຂດສະຫງວນຊີວະພາບທີ່ໄດ້ຮັບການຮັບຮອງຈາກ UNESCO. ຈາກການຍ່າງປ່າໃນສວນສາທາລະນະແຫ່ງຊາດຂະໜາດໃຫຍ່, ຈົນເຖິງການພັກຜ່ອນເພື່ອສຸຂະພາບທີ່ສິ້ນສຸດລົງດ້ວຍຕາເວັນຕົກດິນທີ່ງົດງາມທີ່ສຸດຂອງຫວຽດນາມ, ຈົນເຖິງການທ່ອງທ່ຽວແບບຊາຟາຣີ, ສວນນ້ຳ ແລະ ກະເຊົ້າທີ່ຍາວທີ່ສຸດໃນໂລກ, ຈົນເຖິງຕະຫຼາດກາງຄືນ ແລະ ອາຫານທ້ອງຖິ່ນ -- ນັກທ່ອງທ່ຽວຈະພົບກັບປະສົບການຫຼາຍຢ່າງທີ່ຈະແບ່ງປັນ ແລະ ຈົດຈຳ. ການທ່ອງທ່ຽວແບບກຸ່ມ, ຄອບຄົວ, ແລະ ນັກທ່ອງທ່ຽວເອກະລາດທຸກໄວສາມາດຕັ້ງຕາລໍຖ້າການເດີນທາງທີ່ໜ້າປະຫຼາດໃຈແຕ່ຜ່ອນຄາຍ. 

ການໂຄສະນາ “ໃຊ້ຊີວິດຢ່າງເຕັມທີ່ໃນຫວຽດນາມ” ຈະຖືກເປີດຕົວເພື່ອສົ່ງເສີມການເປີດຄືນໃໝ່ຂອງການທ່ອງທ່ຽວຫວຽດນາມ, ເລີ່ມຕົ້ນດ້ວຍໂຄງການທ່ອງທ່ຽວ “ທ່ຽວຟູກວກ”.
 
ຫວຽດນາມຕື່ນເຕັ້ນທີ່ຈະຕ້ອນຮັບໂລກສູ່ຟູກວກ, ແລະ ໃຫ້ທ່ານຄົ້ນພົບສະເໜ່ອັນເປັນນິດທີ່ເຮັດໃຫ້ຄົນກັບມາອີກ. ແລ້ວພົບກັນທີ່ຟູກວກ!

ຕິດຕາມ https://www.vietnamtourism.gov.vn/english ສຳລັບຂໍ້ມູນເພີ່ມເຕີມ ແລະ ການອັບເດດ