
ພິທີເປີດງານຈະຈັດຂຶ້ນໃນເວລາ 17:30 ໂມງ ຂອງວັນທີ 25 ສິງຫາ ແລະ ປະຊາຊົນສາມາດເຂົ້າຮ່ວມໄດ້ທຸກໆວັນ ແຕ່ເວລາ 16:00 ໂມງ ຫາ 22:00 ໂມງ ທີ່ເຂດທ່ອງທ່ຽວ ຫວານແທງ, ນະຄອນໂຮ່ຈີມິນ.
ເຂດອາຫານຂອງງານບຸນຈະຖືກແບ່ງອອກເປັນສາມປະເພດຄື: ພາກເໜືອ – ພາກກາງ – ພາກໃຕ້. ແລະ ຈະມີຮ້ານຂາຍອາຫານພາກພື້ນທີ່ນຳສະເໜີ ແລະ ຂາຍອາຫານພິເສດ, ວາງສະແດງສ່ວນປະກອບທີ່ເປັນເອກະລັກ, ແລະ ໝູ່ບ້ານຫັດຖະກຳພື້ນເມືອງ… ອາຫານແຊບໆທັງໝົດຈະຖືກກະກຽມໂດຍພໍ່ຄົວທີ່ມີພອນສະຫວັນເຊິ່ງມີປະສົບການຫຼາຍປີ ແລະ ມີຄວາມເປັນເລີດຂອງຫັດຖະກຳພື້ນເມືອງໃນການປຸງແຕ່ງອາຫານ.