
ດັກລັກ ຈະຈັດງານບຸນກາເຟບວນມາທວດ ຄັ້ງທີ 8 ພາຍໃຕ້ຫົວຂໍ້ “ດັກລັກ - ຈຸດໝາຍປາຍທາງຂອງກາເຟໂລກ”. ຈຸດປະສົງຂອງງານບຸນແມ່ນເພື່ອສົ່ງເສີມຍີ່ຫໍ້ກາເຟບວນມາທວດ ແລະ ເພີ່ມມູນຄ່າຕຳແໜ່ງຂອງຫວຽດນາມໃນຕະຫຼາດໂລກ.
ຫຼາຍກິດຈະກຳທີ່ໂດດເດັ່ນຈະຖືກຈັດຂຶ້ນ, ເຊັ່ນ: ງານວາງສະແດງກາເຟ ພາຍໃຕ້ຫົວຂໍ້ “ກາເຟບວນມາທວດ - ການເຊື່ອມໂຍງທີ່ໝັ້ນຄົງ”, ງານວາງສະແດງຮູບພາບສິລະປະ ພາຍໃຕ້ຫົວຂໍ້ “ວັດທະນະທຳກາເຟຫວຽດນາມ” ແລະ “ປະຫວັດສາດກາເຟໂລກ”, ການປະກວດຊາວກະສິກອນ, ແລະອື່ນໆ. ນອກຈາກນັ້ນ, ນັກທ່ອງທ່ຽວຍັງສາມາດເຂົ້າຮ່ວມກິດຈະກຳສົ່ງເສີມຕ່າງໆ ເຊັ່ນ: ງານບຸນແຂ່ງເຮືອໃນເມືອງລັກ, ງານບຸນຊ້າງບວນດອນ, ແລະ ກິດຈະກຳວັດທະນະທຳ, ກິລາ ແລະ ການທ່ອງທ່ຽວທ້ອງຖິ່ນຈຳນວນໜຶ່ງ.