
ວັນຄຣິສມາສອີບໃນຫວຽດນາມແມ່ນໄດ້ຮັບການສະເຫຼີມສະຫຼອງດ້ວຍກິດຈະກຳທີ່ໜ້າຕື່ນເຕັ້ນຕ່າງໆ. ຕົ້ນຄຣິສມາສໃຫຍ່ໆຖືກຕົກແຕ່ງດ້ວຍສິ່ງຂອງທີ່ມີສີສັນຫຼາກຫຼາຍເຊັ່ນ: ຮູບປັ້ນຊານຕາຄລອສ, ກະດິ່ງ ແລະ ໄຟ; ພໍ່ແມ່ ຫຼື ຜູ້ໃຫຍ່ຈະແຕ່ງຕົວເປັນຊານຕາຄລອສ ແລະ ກະກຽມຂອງຂວັນເຊັ່ນ: ເຂົ້າໜົມ ແລະ ເຄື່ອງຫຼິ້ນໃຫ້ເດັກນ້ອຍ. ໂບດທ້ອງຖິ່ນເຊັ່ນ: ວິຫານ St. Joseph's - ຮ່າໂນ້ຍ, ວິຫານດານັງ, ວິຫານຍາຈາງ - ແຂວງຄານຮ່ວາ, ວິຫານນອດເຕີດາມໄຊງ່ອນ - ນະຄອນໂຮ່ຈີມິນ… ມັກຈະຕ້ອນຮັບນັກທ່ອງທ່ຽວຈຳນວນຫຼວງຫຼາຍ.