
ພິທີເປີດງານບຸນດອກຊາກຸລະ ຈະຈັດຂຶ້ນທີ່ເມືອງດຽນບຽນຟູ ໃນວັນທີ 12 ມັງກອນ 2024. ງານບຸນດັ່ງກ່າວປະກອບມີຫຼາຍກິດຈະກຳທີ່ເປັນເອກະລັກເຊັ່ນ: ການສະແດງແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ; ການປະກວດອາຫານ "ລົດຊາດຂອງດຽນບຽນ"; ຕະຫຼາດຜັກ ແລະ ໝາກໄມ້; ງານວາງສະແດງຜະລິດຕະພັນກະສິກຳຄຸນນະພາບສູງ…