
ງານບຸນດອກຈຳປາ 2023 ຈະຈັດຂຶ້ນແຕ່ວັນທີ 13 - 18 ມີນາ ໃນໂອກາດພິທີເປີດປີທ່ອງທ່ຽວຫວຽດນາມ - ດ້ຽນບຽນ 2024. ງານບຸນຈະປະກອບມີກິດຈະກຳຕ່າງໆ ເຊັ່ນ: ພິທີຖວາຍທູບທຽນທີ່ວັດວິລະຊົນສົງຄາມດ້ຽນບຽນຟູ; ງານບຸນເພງພື້ນເມືອງ, ຟ້ອນພື້ນເມືອງ ແລະ ດົນຕີຂອງຊົນເຜົ່າຕ່າງໆ; ແນະນຳວັດທະນະທຳຊົນເຜົ່າ, ສົ່ງເສີມຜະລິດຕະພັນທ່ອງທ່ຽວໃຫ້ນັກທ່ອງທ່ຽວ.