
ງານວາງສະແດງການທ່ອງທ່ຽວສາກົນຫວຽດນາມ VITM ຮ່າໂນ້ຍ 2024 ຈະຈັດຂຶ້ນແຕ່ວັນທີ 11 ຫາ 14 ເມສາ ທີ່ສູນວາງສະແດງສາກົນຮ່າໂນ້ຍ, ຖະໜົນ 91 ເຈີນຮຸ່ງດາວ, ເມືອງຮວານກຽມ, ຮ່າໂນ້ຍ. ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວຫວຽດນາມ - ການຫັນປ່ຽນສີຂຽວເພື່ອການພັດທະນາແບບຍືນຍົງ”, ກິດຈະກຳການຄ້າ ແລະ ເຫດການທ່ອງທ່ຽວທີ່ຄຶກຄື້ນຫຼາຍຢ່າງຈະຖືກຈັດຂຶ້ນ. ຜູ້ເຂົ້າຊົມງານ VITM ຮ່າໂນ້ຍ 2024 ຈະມີໂອກາດຊື້ທົວໂປຣໂມຊັນ, ປີ້ຍົນລາຄາຖືກ, ຫ້ອງພັກໂຮງແຮມ, ແພັກເກດທົວ ແລະ ຜະລິດຕະພັນ OCOP ຈາກພາກພື້ນຕ່າງໆທົ່ວປະເທດ...