
ໃນມື້ຂຶ້ນ 15 ຄໍ່າ ເດືອນ 7, ຊາວບ້ານຢູ່ຫາດຊາຍຫອຍອານ ຈັດພິທີກຳເພື່ອປົກປ້ອງພື້ນທີ່ໃນຊ່ວງປ່ຽນລະດູການ. ຊາວເຮືອໃນພື້ນທີ່ຈະແບກເຮືອມັງກອນລອງຈູທີ່ເຮັດດ້ວຍໄມ້ໄຜ່ຈຳລອງ ໃນຂະບວນແຫ່ຈາກບ້ານໄປຫາແມ່ນ້ຳ ແລະ ທະເລ. ເຮືອມັງກອນເປັນສັນຍາລັກຂອງພະລັງອຳນາດອັນສັກສິດ, ແລະ ຖືກໃຊ້ເພື່ອປ້ອງກັນພະຍາດລະບາດ ແລະ ໂຊກຮ້າຍ. ການຮ້ອງເພງພື້ນເມືອງ ແລະ ເກມພື້ນບ້ານກໍເປັນສ່ວນໜຶ່ງຂອງງານບຸນເຊັ່ນກັນ.