
ຮ່າໂນ້ຍ, ຫວຽດນາມ (20 ທັນວາ 2019) — ລັດຖະບານຫວຽດນາມ ໄດ້ປະກາດຕໍ່ອາຍຸໂຄງການຍົກເວັ້ນວີຊາ 15 ວັນ ສຳລັບພົນລະເມືອງ 8 ປະເທດຄື: ຣັດເຊຍ, ຍີ່ປຸ່ນ, ເກົາຫຼີ, ເດນມາກ, ນໍເວ, ສວີເດັນ, ແຟງລັງ ແລະ ເບລາຣຸດ — ຈົນຮອດທ້າຍປີ 2022.
ນັກທ່ອງທ່ຽວຈາກ 8 ປະເທດນີ້ ຈະໄດ້ຮັບອະນຸຍາດໃຫ້ເຂົ້າປະເທດຫວຽດນາມ ໂດຍບໍ່ຕ້ອງມີວີຊາ, ເປັນໄລຍະເວລາບໍ່ເກີນ 15 ວັນ.
ລັດຖະບານຫວຽດນາມ ໄດ້ອອກມະຕິເລກທີ 117/NQ-CP ໃນວັນທີ 9 ທັນວາ 2019. ມາດຕາ 12 ຂອງມະຕິດັ່ງກ່າວລະບຸວ່າ:
“ລັດຖະບານໄດ້ຕົກລົງຕໍ່ອາຍຸການຍົກເວັ້ນວີຊາຈົນເຖິງວັນທີ 31 ທັນວາ 2022 ສຳລັບພົນລະເມືອງຂອງຣັດເຊຍ, ຍີ່ປຸ່ນ, ເກົາຫຼີ, ເດນມາກ, ນໍເວ, ສວີເດັນ, ແຟງລັງ ແລະ ເບລາຣຸດ ເມື່ອເຂົ້າປະເທດຫວຽດນາມ ໂດຍມີການພັກເຊົາຊົ່ວຄາວໃນຫວຽດນາມ ບໍ່ເກີນ 15 ວັນ ນັບແຕ່ວັນເຂົ້າປະເທດ, ໂດຍບໍ່ຄຳນຶງເຖິງປະເພດໜັງສືຜ່ານແດນ, ຈຸດປະສົງຂອງການເຂົ້າປະເທດ ບົນພື້ນຖານການປະຕິບັດຕາມເງື່ອນໄຂທັງໝົດທີ່ກຳນົດໄວ້ໃນກົດໝາຍຫວຽດນາມ.”
ປັດຈຸບັນ, ຫວຽດນາມ ໄດ້ສະເໜີການຍົກເວັ້ນວີຊາໃຫ້ແກ່ພົນລະເມືອງ 24 ປະເທດ, ແລະ e-Visa ໃຫ້ແກ່ພົນລະເມືອງ 80 ປະເທດ. ນັກທ່ອງທ່ຽວສາກົນຍັງສາມາດໄປຢ້ຽມຢາມເກາະຟູກວກ ໂດຍບໍ່ຕ້ອງມີວີຊາໄດ້ເຖິງ 30 ວັນ.
ສຳລັບນະໂຍບາຍ ແລະ ຂໍ້ກຳນົດວີຊາຂອງຫວຽດນາມ, ເຂົ້າເບິ່ງ: https://vietnam.travel/plan-your-trip/visa-requirements