Vietnam Tourism

phu quoc united center

Vingroup ຈະ​ເປີດ​ສູນ​ບັນ​ເທີງ ແລະ ຣີ​ສອດ Phu Quoc ແຫ່ງ​ໃໝ່

Apr 02, 2021 | Press Release

ພູ​ກວກ, ຫວຽດ​ນາມ (ວັນ​ທີ 02 ເມ​ສາ 2021) -- ວິງ​ກຣຸບ ໄດ້​ປະ​ກາດ​ວ່າ​ຈະ​ເປີດ​ຕົວ​ຢ່າງ​ເປັນ​ທາງ​ການ Phu Quoc United Center Entertainment & Resort Complex, ເປັນ​ຈຸດ​ໝາຍ​ປາຍ​ທາງ​ການ​ທ່ອງ​ທ່ຽວ​ທີ່​ຄົບ​ວົງ​ຈອນ ທີ່​ມີ​ເຄື່ອງ​ຫຼິ້ນ, ເກມ​ຫຼາຍ​ພັນ​ຢ່າງ ແລະ ສູນ​ການ​ຄ້າ​ທີ່​ເປີດ​ຕະຫຼອດ​ເວ​ລາ, ໃນ​ວັນ​ທີ 21 ເມ​ສາ 2021.

Phu Quoc United Center ຖືກ​ອອກ​ແບບ​ໃຫ້​ເປັນ​ຈຸດ​ໝາຍ​ປາຍ​ທາງ​ທີ່​ຄົບ​ວົງ​ຈອນ​ສຳ​ລັບ​ນັກ​ທ່ອງ​ທ່ຽວ, ໂດຍ​ມີ​ທາງ​ເລືອກ​ທີ່​ພັກ​ຫຼາກ​ຫຼາຍ, ລວມ​ທັງ Mini Hotel, Vinpearl, VinOasis, VinHoliday, ແລະ Radisson Blu, ສວນ​ສະ​ໜຸກ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ VinWonders Phu Quoc, Vinpearl Golf, Grand World Shopping City, ໂຮງ​ໝໍ Vinmec ແລະ ອື່ນໆ.

‘ເມືອງ​ທີ່​ບໍ່​ເຄີຍ​ນອນ’ Grand World ຕັ້ງ​ຢູ່​ໃຈ​ກາງ​ຂອງ​ສູນ​ລວມ​ແຫ່ງ​ໃໝ່, ແລະ ມີ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ໜ້າ​ປະ​ທັບ​ໃຈ ພ້ອມ​ດ້ວຍ​ຖະ​ໜົນ​ການ​ຄ້າ​ທີ່​ທັນ​ສະ​ໄໝ, ງານ​ລ້ຽງ​ທີ່​ມີ​ສີ​ສັນ, ສູນ​ບັນ​ເທີງ​ທີ່​ໜ້າ​ຕື່ນ​ເຕັ້ນ, ແລະ ຕະຫຼາດ​ກາງ​ຄືນ. ທຸກ​ບໍ​ລິ​ການ ແລະ ກິດ​ຈະ​ກຳ​ຢູ່ Grand World ເປີດ​ບໍ​ລິ​ການ 24/7 ຕະຫຼອດ 365 ວັນ​ຕໍ່​ປີ, ສະ​ເໜີ​ງານ​ສະ​ເຫຼີມ​ສະ​ຫຼອງ ແລະ ງານ​ບຸນ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ​ສຳ​ລັບ​ນັກ​ທ່ອງ​ທ່ຽວ.

ຈຸດ​ເດັ່ນ​ຢູ່ Grand World Phu Quoc ປະ​ກອບ​ມີ​ການ​ສະ​ແດງ​ມັນ​ຕິ​ມີ​ເດຍ​ລະ​ດັບ​ໂລກ​ທີ່​ມີ​ຊື່​ວ່າ ‘The Quintessence of Vietnam’, ໂຄງ​ສ້າງ Bamboo Legend ທີ່​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ, ພິ​ພິ​ທະ​ພັນ​ຕຸ໊ກ​ກະ​ຕາ​ໝີ, ຄອງ​ທີ່​ໄດ້​ຮັບ​ແຮງ​ບັນ​ດານ​ໃຈ​ຈາກ Venice, Marine Square ຂະ​ໜາດ​ໃຫຍ່, ແລະ ການ​ສະ​ແດງ​ສິ​ລະ​ປະ​ຮ່ວມ​ສະ​ໄໝ​ຢູ່ Urban Park.

ຜູ້​ທີ່​ຊອກ​ຫາ​ວັດ​ທະ​ນະ​ທຳ​ຈະ​ເພີດ​ເພີນ​ກັບ​ການ​ຊົມ​ງານ​ບຸນ​ພື້ນ​ເມືອງ​ຫຼາຍ​ຢ່າງ​ຂອງ​ຫວຽດ​ນາມ​ທີ່​ຖືກ​ຈຳ​ລອງ​ຂຶ້ນ​ຢູ່ Grand World, ເຊັ່ນ: ງານ​ບຸນ​ບູ​ຊາ​ປາ​ວານ, ງານ​ບຸນ Nguyen Trung Truc ແລະ ງານ​ບຸນ​ແຂ່ງ​ເຮືອ.

ເຊື່ອມ​ຕໍ່​ກັບ ‘ເມືອງ​ທີ່​ບໍ່​ເຄີຍ​ນອນ’ ແມ່ນ VinWonders Phu Quoc, ເຊິ່ງ​ໄດ້​ເປີດ​ຕົວ​ຄັ້ງ​ທຳ​ອິດ​ໃນ​ເດືອນ​ເມ​ສາ 2020. ສວນ​ສະ​ໜຸກ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເຊື້ອ​ເຊີນ​ນັກ​ທ່ອງ​ທ່ຽວ​ໃຫ້​ລອງ​ເຄື່ອງ​ຫຼິ້ນ​ຫຼາຍ​ກວ່າ 100 ຊະ​ນິດ ແລະ ຊົມ​ການ​ສະ​ແດງ​ທີ່​ໜ້າ​ສົນ​ໃຈ​ໃນ​ການ​ຜະ​ຈົນ​ໄພ​ຫຼາຍ​ມື້.

ເພື່ອ​ຕອບ​ສະ​ໜອງ​ລູກ​ຄ້າ​ທີ່​ຫຼາກ​ຫຼາຍ, Phu Quoc United Center ໃຫ້​ບໍ​ລິ​ການ​ຫ້ອງ​ພັກ​ຫຼາຍ​ກວ່າ 10,000 ຫ້ອງ​ໃນ​ບັນ​ດາ​ໂຮງ​ແຮມ​ຂອງ​ຕົນ. ສູນ​ລວມ​ແຫ່ງ​ນີ້​ຍັງ​ມີ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ MICE ລະ​ດັບ 5 ດາວ​ຢູ່ Vinpearl Convention Center, ແລະ ສະ​ໜາມ​ກ໊ອຟ 18 ຂຸມ​ຢູ່ Vinpearl Golf.

Vinpearl ມີ​ເປົ້າ​ໝາຍ​ທີ່​ຈະ​ເຮັດ​ໃຫ້ Phu Quoc United Center ເປັນ​ພື້ນ​ຖານ​ສຳ​ລັບ​ເສດ​ຖະ​ກິດ​ກາງ​ຄືນ​ຂອງ​ຫວຽດ​ນາມ ແລະ ນຳ​ສະ​ເໜີ​ເກາະ Phu Quoc ເປັນ​ຈຸດ​ໝາຍ​ປາຍ​ທາງ​ສາ​ກົນ​ແຫ່ງ​ໃໝ່​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ ແລະ ການ​ຈອງ, ກະ​ລຸ​ນາ​ເຂົ້າ​ເບິ່ງ: Phu Quoc United Center