
ນ້ຳຕົກຕາດບານຢອກ ເປັນສະຖານທີ່ທ່ອງທ່ຽວທີ່ໜ້າອັດສະຈັນໃນພື້ນທີ່ຂອງອຸທະຍານທໍລະນີໂລກນອນນວກກາວບາງທີ່ໄດ້ຮັບການຮັບຮອງຈາກ UNESCO. ນ້ຳຕົກຕາດບານຢອກ ຍັງເປັນໜຶ່ງໃນ 4 ນ້ຳຕົກຕາດຂ້າມຊາຍແດນທີ່ໃຫຍ່ທີ່ສຸດຂອງໂລກ. ຜູ້ເຂົ້າຮ່ວມງານບຸນທ່ອງທ່ຽວນ້ຳຕົກຕາດບານຢອກ ປີ 2023 ພາຍໃຕ້ຫົວຂໍ້ “ມາສູ່ພາກພື້ນນອນນວກ” ຈະມີໂອກາດໄດ້ສຳຜັດກັບວັດທະນະທຳທ້ອງຖິ່ນ, ເພີດເພີນກັບງານບຸນທີ່ຄຶກຄື້ນ ແລະ ອາຫານພິເສດທີ່ເປັນເອກະລັກຂອງແຂວງພູດອຍກາວບາງ.