
Born Pink World Tour ແມ່ນການທົວຄອນເສີດທົ່ວໂລກຄັ້ງທີສອງທີ່ກຳລັງດຳເນີນຢູ່ຂອງວົງສາວເກົາຫຼີ Blackpink ເພື່ອສະໜັບສະໜູນອາລະບໍາສະຕູດິໂອເກົາຫຼີຊຸດທີສອງຂອງພວກເຂົາ Born Pink. ຮອດທ້າຍເດືອນກໍລະກົດ, ຮ່າໂນ້ຍຈະເປັນຈຸດຢຸດຕໍ່ໄປສຳລັບການທົວໂລກຂອງສາວໆ. Blackpink ທີ່ຮ່າໂນ້ຍຈະເປັນເຫດການທີ່ໂດດເດັ່ນຂອງປີ, ດຶງດູດຜູ້ຊົມໃນຫວຽດນາມ ແລະ ທົ່ວໂລກ, ໂດຍສະເພາະໄວໜຸ່ມໃຫ້ມາເພີດເພີນກັບຄອນເສີດ ແລະ ສໍາຜັດກັບການທ່ອງທ່ຽວຫວຽດນາມ.