
ງານບຸນກວນອິມ, ເປັນໜຶ່ງໃນກິດຈະກຳທາງວິນຍານທີ່ໃຫຍ່ທີ່ສຸດທົ່ວປະເທດ ທີ່ພູຫີນອ່ອນ (Ngu Hanh Son) ໃນເມືອງດານັງ, ຈັດຂຶ້ນທຸກໆປີແຕ່ວັນທີ 17 ຫາ 19 ຄ່ຳ ເດືອນສອງຂອງຈັນທະຄະຕິ. ງານບຸນດັ່ງກ່າວຈັດຂຶ້ນເພື່ອອະທິຖານຂໍໃຫ້ປະເທດຊາດມີຄວາມສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງ; ຊີວິດຂອງທຸກຄົນເຕັມໄປດ້ວຍຄວາມສຸກ, ສະຫງົບສຸກ ແລະ ໂຊກດີ.
ງານບຸນພຸດທະສາສະໜາ 3 ວັນ ແມ່ນປະກອບດ້ວຍກິດຈະກຳວັດທະນະທຳ ແລະ ກິລາທີ່ມ່ວນຊື່ນ. ເຊິ່ງລວມມີ: ຂະບວນແຫ່, ພິທີສະແດງລະຄອນປິດບັງໜ້າ, ມຸມຊາຈົດໝາຍ, ພິທີອະທິຖານຂໍຄວາມສະຫງົບສຸກ, ການແຂ່ງເຮືອ, ພິທີປ່ອຍໂຄມລອຍ, ເກມພື້ນເມືອງ ແລະ ການສະແດງເພງພື້ນເມືອງ.