
ງານບຸນລະດູໃບໄມ້ຫຼົ່ນຮ່າໂນ້ຍ 2014 ຈະຈັດຂຶ້ນແຕ່ວັນທີ 12 - 15 ກັນຍາ ຢູ່ບໍລິເວນອ້ອມແອ້ມທະເລສາບຮວານກຽມ. ນອກຈາກພິທີເປີດ ແລະ ງານດົນຕີທີ່ມີຊື່ວ່າ "ລະດູໃບໄມ້ຫຼົ່ນຮ່າໂນ້ຍ" ໃນວັນທີ 13 ກັນຍາແລ້ວ, ຈະມີຮ້ານວາງສະແດງປະມານ 150 ຮ້ານ ຕັ້ງຢູ່ຕາມຖະໜົນດິນຕຽນຮວາງ, ຖະໜົນເລແທັກ... ງານບຸນຈະຈັດສະແດງຜະລິດຕະພັນ ແລະ ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ, ຜະລິດຕະພັນຫັດຖະກຳພື້ນເມືອງທີ່ເປັນເອກະລັກ, ອາຫານພື້ນເມືອງ "ລົດຊາດຮ່າໂນ້ຍ"...