
ແຂວງເງະອານພາກກາງມີກຳນົດຈະຈັດກິດຈະກຳຕ່າງໆຢ່າງຫຼວງຫຼາຍ, ເຊັ່ນ: ງານດົນຕີ; ພິທີຖວາຍທູບທຽນຢູ່ສະຖານທີ່ບູຮານຄະດີກິມລຽນ ແລະ ວັດຈຸງເຊີນ, ການແຂ່ງຂັນຮ້ອງເພງ, ການແຂ່ງຂັນປຸງແຕ່ງອາຫານທີ່ເຮັດຈາກດອກບົວ, ພ້ອມທັງງານວາງສະແດງຮູບພາບທີ່ສະແດງໃຫ້ເຫັນຊີວິດ ແລະ ພາລະກິດປະຕິວັດຂອງປະທານໂຮ່ຈີມິນ. ງານດັ່ງກ່າວຈະຈັດຂຶ້ນແຕ່ວັນທີ 10 ຫາ 19 ພຶດສະພາ ເຊິ່ງເປັນສ່ວນໜຶ່ງຂອງງານບຸນລາງເຊນ (ບ້ານດອກບົວ) ເພື່ອສະເຫຼີມສະຫຼອງວັນຄົບຮອບ 133 ປີວັນເກີດຂອງປະທານໂຮ່ຈີມິນ (19 ພຶດສະພາ)