
ງານບຸນທະເລ ຍາຈາງ - ແຂວງແຄງຮວ່າ 2025 ຈະປະກອບມີ 39 ກິດຈະກຳ ແລະ ງານວາງສະແດງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ທີ່ຈັດຂຶ້ນຢູ່ເມືອງຍາຈາງ ແລະ ບາງທ້ອງຖິ່ນອື່ນໆໃນແຂວງ, ລວມທັງພິທີເປີດ; ງານຄາຣາວານ; ການສະແດງກິລາທາງທະເລ; ລາຍການດົນຕີສາກົນ; ແລະ ພິທີປິດ. ງານອື່ນໆທີ່ຈັດຂຶ້ນກ່ອນການເປີດງານບຸນທະເລ ລວມມີ ລາຍການແກະສະຫຼັກຫີນສິລະປະແຫ່ງຊາດ; ງານບຸນບານລູນນ້ຳຮ້ອນແຂວງແຄງຮວ່າ; ກອງປະຊຸມວິທະຍາສາດສາກົນກ່ຽວກັບການອະນຸລັກ ແລະ ສົ່ງເສີມມໍລະດົກວັດທະນະທຳຂອງແຂວງແຄງຮວ່າ ພ້ອມກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ; ງານບຸນໄມ້ຫອມ; ງານບຸນຊຸດອາວຢາຍ; ງານບຸນອາຫານສາກົນ; ງານບຸນຮັງນົກແຂວງແຄງຮວ່າ; ການແຂ່ງຂັນ SUP ຍາຈາງ, ແລະ ອື່ນໆ.