
ພິທີເປີດປີທ່ອງທ່ຽວຫວຽດນາມ - ດ້ຽນບຽນ 2024 ພາຍໃຕ້ຫົວຂໍ້ “ດ້ຽນບຽນຟູອັນຮຸ່ງເຮືອງ - ປະສົບການອັນເປັນນິດ” ຈະເປີດຊຸດກິດຈະກຳທີ່ຄຶກຄື້ນໃນຂອບເຂດປີທ່ອງທ່ຽວຫວຽດນາມ 2024. ດ້ວຍ 169 ກິດຈະກຳ ແລະ ເຫດການວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຕະຫຼອດປີ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຈະສາມາດສຳຫຼວດທ່າແຮງການທ່ອງທ່ຽວທີ່ເປັນເອກະລັກຂອງດ້ຽນບຽນໂດຍສະເພາະ ແລະ ພາກຕາເວັນຕົກສຽງເໜືອໂດຍລວມ.