Vietnam Tourism

vietnam airlines hcmc to quang ninh

ສາຍການບິນຫວຽດນາມແອລາຍ ເປີດເສັ້ນທາງໃໝ່ ນະຄອນໂຮ່ຈີມິນ - ກວາງນິງ

Dec 25, 2018 | Press Release

ຮ່າໂນ້ຍ, ຫວຽດນາມ (ວັນທີ 4 ທັນວາ 2018) -- ນັກທ່ອງທ່ຽວສາມາດບິນຈາກນະຄອນໂຮ່ຈີມິນ ໄປຍັງສະໜາມບິນສາກົນວັນດອນ ແຂວງກວາງນິງ ຜ່ານ ຖ້ຽວບິນໃໝ່ຂອງສາຍການບິນຫວຽດນາມແອລາຍ, ເລີ່ມແຕ່ວັນທີ 30 ທັນວາ 2018.

ບໍລິການປະຈຳວັນຈະດຳເນີນການດ້ວຍເຮືອບິນ Airbus A321 ແລະ ຈະອອກເດີນທາງຈາກສະໜາມບິນສາກົນຕັນເຊີນເຍິດ ເວລາ 2 ໂມງແລງ ແລະ ຈາກສະໜາມບິນສາກົນວັນດອນ ເວລາ 4:45 ໂມງແລງ ດ້ວຍເວລາບິນປະມານສອງ ຊົ່ວໂມງຫ້າ ນາທີ.

ເພື່ອສະເຫຼີມສະຫຼອງເສັ້ນທາງໃໝ່, ສາຍການບິນຫວຽດນາມແອລາຍ ໄດ້ເປີດຂາຍ ປີ້ໂປຣໂມຊັນແບບທ່ຽວໜຶ່ງທາງສຳລັບຊັ້ນປະຢັດ, ເລີ່ມຕົ້ນພຽງແຕ່ 800,000 ດົງ (ບໍ່ລວມພາສີ, ຄ່າທຳນຽມ ແລະ ຄ່າບໍລິການເພີ່ມເຕີມ.) ປີ້ມີຂາຍຢູ່ສຳນັກງານຂາຍປີ້, ຕົວແທນ ແລະ ເວັບໄຊທ໌ທາງການຂອງສາຍການບິນຫວຽດນາມແອລາຍ.

ບໍລິການໃໝ່ນີ້ຈະເພີ່ມຂີດຄວາມສາມາດໃນການຕອບສະໜອງຄວາມຕ້ອງການດ້ານການທ່ອງທ່ຽວ, ທຸລະກິດ ແລະ ການຄ້າທີ່ເພີ່ມຂຶ້ນ, ພ້ອມທັງເສີມສ້າງການເຊື່ອມຕໍ່ລະຫວ່າງພາກໃຕ້ ແລະ ພາກຕາເວັນອອກສຽງເໜືອຂອງຫວຽດນາມ: ນະຄອນໂຮ່ຈີມິນ - ສູນກາງເສດຖະກິດ ແລະ ສູນກາງການເງິນທີ່ໃຫຍ່ທີ່ສຸດຂອງປະເທດ – ແລະ ແຂວງກວາງນິງ, ເຊິ່ງໃນໄວໆນີ້ຈະກາຍເປັນເຂດເສດຖະກິດພິເສດໃນຫວຽດນາມ.

ເພື່ອກະກຽມສຳລັບສິ່ງນີ້, ສາຍການບິນຫວຽດນາມແອລາຍ ໄດ້ຈັດຫາອຸປະກອນໃໝ່ຢູ່ພື້ນດິນ, ລະບົບເຊັກອິນສະໜາມບິນ, ສິ່ງອຳນວຍຄວາມສະດວກ ແລະ ພື້ນຖານໂຄງລ່າງທີ່ເໝາະສົມ ພ້ອມທັງການຝຶກອົບຮົມພະນັກງານຢ່າງເຂັ້ມຂຸ້ນ, ເພື່ອຮັບປະກັນການເດີນທາງທີ່ລຽບງ່າຍ ແລະ ປອດໄພ ແລະ ດຶງດູດ ນັກທ່ອງທ່ຽວເຂົ້າມາໃນຕະຫຼາດທີ່ກຳລັງເຕີບໂຕນີ້.  

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າເບິ່ງ www.vietnamairlines.com, ຫຼື ຕິດຕໍ່ສູນບໍລິການລູກຄ້າທີ່ເບີ 1900 1100.

 

###

 

ກ່ຽວກັບສະໜາມບິນສາກົນວັນດອນ:

ເມືອງວັນດອນ ແຂວງກວາງນິງ ເປັນໜຶ່ງໃນສາມເຂດເສດຖະກິດພິເສດໃນຫວຽດນາມ. ການກໍ່ສ້າງສະໜາມບິນສາກົນວັນດອນ, ດ້ວຍມູນຄ່າການລົງທຶນທັງໝົດ 7.5 ພັນຕື້ດົງ (330 ລ້ານໂດລາສະຫະລັດ), ຈະສຳເລັດພາຍໃນວັນທີ 30 ທັນວາ 2018. ສະໜາມບິນກວມເອົາພື້ນທີ່ 288 ເຮັກຕາ ແລະ ມີສິ່ງອຳນວຍຄວາມສະດວກຊ່ວຍເຫຼືອ, ອາຄານຜູ້ໂດຍສານສອງໂມດູນ ແລະ ເຂດການໃຊ້ງານ. ຄາດວ່າຈະຊຸກຍູ້ເສດຖະກິດທ້ອງຖິ່ນ, ລວມທັງການທ່ອງທ່ຽວຢູ່ອ່າວຮ່າລອງທີ່ມີຊື່ສຽງລະດັບໂລກ. ສະໜາມບິນວັນດອນ ຄາດວ່າຈະຕ້ອນຮັບຜູ້ໂດຍສານ 500,000 ຄົນໃນປີທຳອິດຂອງການດຳເນີນງານ ແລະ ມີຄວາມສາມາດຮອງຮັບຜູ້ໂດຍສານປະມານ 2.5 ລ້ານຄົນຕໍ່ປີໃນປີ 2020, ເຊິ່ງຈະເພີ່ມຂຶ້ນເປັນ 5 ລ້ານຄົນໃນປີ 2030.